Skip Ribbon Commands
Skip to main content
ເງິນກູ້ເພື່ອຊື້ດິນ/ເຮືອນ ແລະ ປຸກສ້າງ/ສ້ອມແປງເຮືອນ
ໜ້າຫຼັກPersonalLoansເງິນກູ້ເພື່ອຊື້ດິນ/ເຮືອນ ແລະ ປຸກສ້າງ/ສ້ອມແປງເຮືອນ
 

ເງິນກູ້ເພື່ອຊື້ດິນ/ເຮືອນ ແລະ ປຸກສ້າງ/ສ້ອມແປງເຮືອນ


 

v  ລັກສະນະບໍລິການ:
·        ເໝາະ​ສໍາລັບ​ທ່ານທີ່ກໍາລັງຕ້ອງການການຊ່ວຍເຫລືອທາງດ້ານການເງິນ ເພື່ອຊື້ທີ່ດິນຕອນງາມ ຫຼື ຊື້ເຮືອນຫຼັງໃໝ່ ແລະ ປຸກສ້າງ ຫຼື ສ້ອມ​ແປງ​ເຮືອນຢູ່​ໃຫ້ທັນສະໄໝກວ່າ​ເກົ່າ, ດ້ວຍ​ອັດຕາ​ດອກ​ເບ້ຍ ​ແລະ ​ໄລຍະ​ເວລາ​ການ​ກູ້ ທີ່​ແທດ​ເໝາະ​ກັບລາຍ​ຮັບ​ຕົວ​ຈິງ​ຂອງ​ທ່ານ.
·        ວົງເງິນໃຫ້ກູ້ຢືມສູງສຸດ: 100% ຄວາມຕ້ອງການທຶນ, ແຕ່ບໍ່ເກີນຂໍ້ກໍານົດໃນຂອບເຂດການປ່ອຍກູ້/ຫຼັກຊັບຄໍ້າປະກັນທີ່ນໍາໃຊ້ໃນປັດຈຸບັນ.
·        ໄລຍະເວລາປ່ອຍເງິນກູ້ສູງສຸດແມ່ນ 20 ປີ ສໍາລັບຊື້ທີ່ດິນ/ເຮືອນ, 15 ປີ ສຳລັບກໍ່ສ້າງເຮືອນ/ສ້ອມແປງເຮືອນ.
v  ຄຸນປະໂຫຍດຂອງບໍລິການ:
·         ການ​ປະກອບ​ເອກະສານ​ເພື່ອ​ກູ້​ຢືມ​ງ່າຍ ​ແລະ ​ກະທັດ​ຫັດ​, ວ່ອງ​ໄວ.
·         ທ່ານ​ຈະ​ໄດ້​ຈ່າຍ​ອັດຕາ​ດອກ​ເບ້​ຍທີ່​ຕ່ຳ.
·         ທ່ານ​ສາມາດ​ກຳນົດ​ວັນ​ຊຳລະ​ຕາມ​ກະ​ແສ​ເງິນ​ລາຍ​ຮັບ​ຂອງ​ທ່ານ.
·         ພາຍ​ຫຼັງ​ຊຳລະ​ຕົ້ນ​ທຶນ​ຫຼຸດ​ລົງ​ແລ້ວດອກ​ເບ້ຍ​ກໍ່​ຈະ​ຫຼຸດ​ລົງ​ອີງ​ຕາມ​ການ​ໃຊ້​ເງິນ​ຕົວ​ຈິງ.
v  ເງື່ອນໄຂໃນການໃຊ້ບໍລິການ:
·         ປະກອບ​ເອກະສານສະເໜີຂໍກູ້ຢືມຕາມແບບຟອມຂອງ ທະນາຄານ ຊາຄອມແບັງ ລາວ.
·         ສໍາເນົາບັດປະຈໍາຕົວ/ໜັງສືເດີນທາງ/ປຶ້ມສໍາມະໂນຄົວ, ໃບຢັ້ງຢືນທີ່ຢູ່.
·         ເອກະສານຕ່າງໆ ຕາມກົດລະບຽບຂອງທະນາຄານ ຊາຄອມແບັງ ລາວ ວາງອອກ.

ເງິນກູ້ເພື່ອຊື້ດິນ/ເຮືອນ ແລະ ປຸກສ້າງ/ສ້ອມແປງເຮືອນ