Skip Ribbon Commands
Skip to main content
ເງິນກູ້ຄ້ຳປະກັນດ້ວຍປື້ມເງິນຝາກປະຈຳ
ໜ້າຫຼັກPersonalLoansເງິນກູ້ຄ້ຳປະກັນດ້ວຍປື້ມເງິນຝາກປະຈຳ
 
ເງິນກູ້ທີ່ຄ້ຳປະກັນດ້ວຍປື້ມເງິນຝາກປະຈຳ

 

v  ຈຸດປະສົງ: ຕອບສະໜອງກັບຄວາມຕ້ອງການທຶນໃນການຊົມໃຊ້ ຫຼື ຈຸດປະສົງອື່ນຕາມກົດລະບຽບຂອງຜະລິດຕະພັນ ແລະ ນະໂຍບາຍສິນເຊື່ອນໍາໃຊ້ໃນປະຈຸບັນ ທີ່ມີຫຼັກຊັບຄ້ຳປະກັນແມ່ນບັນຊີເງິນຝາກ.
v  ວົງເງິນອະນຸມັດ: ສູງສຸດ 100% ຂອງຍອດເງິນຝາກ + ດອກເບ້ຍເງິນຝາກຫຼັງຈາກທີ່ລົບດອກເບ້ຍເງິນກູ້ ສໍາລັບກໍລະນີຮັບປະກັນດ້ວຍປຶ້ມເງິນຝາກຂອງທະນາຄານ ຊາຄອມແບັງ ແລະ 80% ສໍາລັບປຶ້ມເງິນຝາກຂອງສະຖາບັນການເງິນອື່ນ.
v  ສະກຸນເງິນ: ກີບ ແລະ ສະກຸນເງິນອື່ນຕາມກົດລະບຽບ.
v  ຫຼັກຊັບຄ້ຳປະກັນ: ບັນຊີເງິນຝາກທະນາຄານ ຊາຄອມແບັງລາວ ຫຼື ປຶ້ມບັນຊີເງິນຝາກໂດຍສະຖາບັນການເງິນອື່ນໆ.
v  ໄລຍະເວລາ: ອີງຕາມຄວາມຕ້ອງການຂອງລູກຄ້າ ແຕ່ສູງສຸດບໍ່ເກີນກໍານົດເວລາຍັງເຫຼືອຂອງປຶ້ມບັນຊີເງິນຝາກ ຫຼື ເອກະສານລະງັບບັນຊີທີ່ກ່ຽວຂ້ອງ.
v  ອັດຕາດອກເບ້ຍ ແລະ ຄ່າທຳນຽມ: ຕາມລະບຽບການຄ່າທໍານຽມ ແລະ ແຈ້ງການນໍາໃຊ້ອັດຕາດອກເບ້ຍທີ່ນໍາໃຊ້ໃນແຕ່ລະໄລຍະ.
v  ເງື່ອນໄຂ: ຕາມທີ່ກໍານົດໄວ້ໃນນະໂຍບາຍສິນເຊື່ອໃນປະຈຸບັນ:
·         ບັນຊີເງິນຝາກປະຈໍາອອກໂດຍທະນາຄານ ຊາຄອມແບັງລາວ.
·         ບັນຊີເງິນຝາກປະຈໍາອອກໂດຍສະຖາບັນການເງິນອື່ນແມ່ນຕ້ອງເພີ່ມເອກະສານລະງັບບັນຊີທີ່ອອກໂດຍສະຖາບັນການເງິນຜູ້ອອກບັນຊີ.
v  ເອກະສານປະກອບມີ:
·         ບັດປະຈຳຕົວ/ ປຶ້ມສຳມະ​ໂນ​ຄົວ/ ໜັງສືຜ່ານ​ແດນ.
·         ເອກະສານຕ່າງໆ ຕາມກົດລະບຽບຂອງທະນາຄານ ຊາຄອມແບັງ ລາວ ວາງອອກ.
ເງິນກູ້ຄ້ຳປະກັນດ້ວຍປື້ມເງິນຝາກປະຈຳ