//
ການສ້າງຕັ້ງ ແລະ ການຂະຫຍາຍຕົວຂອງ Sacombank ລາວ
ໜ້າຫຼັກກ່ຽວກັບ ລູກຄ້າ ທຸລະກິດການສ້າງຕັ້ງ ແລະ ການຂະຫຍາຍຕົວຂອງ Sacombank ລາວ



ປະຫວັດຄວາມເປັນມາ ແລະ ການຂະຫຍາຍຕົວຂອງທະນາຄານ
12/12/2008: ທະນາຄານ ຊາຄອມແບັງ ລາວ ໄດ້ເປີດສາຂາແຫ່ງທຳອິດທີ່ ນະຄອນຫຼວງວຽງຈັນ ...ລາວ.
11/11/2011: ທະນາຄານ ຊາຄອມແບັງລາວ ໄດ້ຂະຫຍາຍເຄືອຄ່າຍທຸລະກິດໂດຍການເປີດໜ່ວຍບໍລິການທີ່ຕະຫຼາດເຊົ້າ, ເພື່ອອຳນວຍຄວາມສະດວກໃນການໃຫ້ບໍລິການລູກຄ້າທີ່ຕະຫຼາດເຊົ້າ.
15/08/2013: ຊາຄອມແບັງ - ສາຂາ ລາວ, ​ໄດ້​ເປີດ​ໃຊ້ຕຶກອາຄານຫຼັງໃໝ່ທີ່​ໃຫຍ່ ​ແລະ ທັນສະ​ໄໝກວ່າ​ເກົ່າ, ຕັ້ງຢູ່ຖະໜົນ ແຫ່ງບຸນ - ບ້ານຫາຍໂສກ - ເມືອງ ຈັນທະບູລີ - ນະຄອນ ຫຼວງວຽງຈັນ, ​ຕຶກອາຄານຫຼັງໃໝ່ນີ້​ຕັ້ງ​ຢູ່​ກາງ​ເມືອງ ​ເຊິ່ງ​ເປັນ​ສູນ​ການ​ຄ້າ​ຂອງ ນະຄອນ​ຫລວງ​ວຽງ​ຈັນ. ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ເປີດ​ໜ່ວຍ​ບໍລິການ​ຫັດສະດີ ​ເພື່ອ​ອໍານວຍ​ຄວາມ​ດວກ​ ​ແລະ ​ເພີ່ມ​ທາງ​ເລືອກ​ໃຫ້​ແກ່​ລູກ​ຄ້າ ​ໃນ​ການ​ໃຊ້​ບໍລິການ​ຂອງ​ທະນາຄານ.
12/12/2015: ຫຼັງຈາກເຄື່ອນໄຫວພາຍໃຕ້ຮູບແບບສາຂາຕ່າງປະເທດໄດ 7 ປີ ທະນາຄານ ຊາຄອມແບັງ ລາວ ໄດ້ຫັນປ່ຽນມາເປັນທະນາຄານ ທຸລະກິດລົງທຶນຕ່າງປະເທດ 100% ເຊີ່ງເປັນການສ້າງເງື່ອນໄຂໃຫ້ແກ່ທະນາຄານໃນການພັດທະນາບັນຜະລິດຕະພັນ - ການບໍລິການທີ່ຫລາກ ຫລາຍ ແລະ ທັນສະໄຫມ, ສາມາດຕອບໂຈດໃຫ້ກັບລູກຄ້າໃນທຸກຮູບແບບພາຍໃຕ້ການນຳພາຂອງ ທະນາຄານແມ່ (ຊາຄອມແບັງ ຫວຽດນາມ) ຊາ ຄອມແບັງ ລາວ ໄດ້ສ້າງລະບົບບໍລິ ຫານທີ່ເອີ້ນວ່າ ສະພາບໍລິຫານ ຊາຄອມແບັງລາວ ເພື່ອເປັນປ່ຽນລະບົບການບໍລິຫານໃຫ້ມີປະສິດທິພາບ, ຄວບຄຸມ ແລະ ໃກ້ຊິດທຸກໆ ຂັ້ນຕອນ ເພື່ອຄວາມພັດທະນາ ແລະ ໝັ້ນຄົງຂື້ນກວ່າເກົ່າ. ທະນາຄານ ຊາຄອມແບັງ ລາວ ໄດ້ຕອບສະໜອງຄວາມ ຕ້ອງການທາງດ້ານການເງິນແກ່ປະຊາຊົນລາວຕະຫຼອດຮອດນັກທຸລະກິດຕ່າງປະເທດທີ່ກຳລັງລົງທຶນຢູ່ລາວ. ທະນາຄານ ຊາຄອມແບັງ ບໍ່ພຽງແຕ່ມີ ໜ້າທີ່ຕອບສະໜອງບໍລິການທາງດ້ານເງິນຝາກ, ປະກັນເງິນຝາກ, ໂອນເງິນຕ່າງ ປະເທດ ແລະ ເງິນກູ້ (ກູ້ນຳໃຊ້, ກູ້ເພື່ອລົງທຶນ ໆລໆ) ທາງທະ ນາຄານຍັງຕອບສະໜອງບໍລິການຕ່າງໆ ພິເສດແມ່ນ ບໍລິການໂອນເງິນລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ດ້ວບຄ່າທຳນຽມທີ່ເໝາະສົມ, ເອກະສານງ່າຍດາຍ, ປອດໄພ ແລະ ໄດ້ເງິນຕາຂອງປະເທດນັ້ນທັນທີ. ພ້ອມກັນນັ້ນ ທະນາຄານກໍ່ຈະສືບຕໍ່ໃນການຂະຫຍາຍເຄື່ອຄ່າຍານດຳເນີນ ທຸລະກິດໄປສູ່ບັນດາແຂວງຕ່າງໆຂອງລາວ.
10/05/2016: ຍົກລະດັບຈາກໜ່ວຍບໍລິການ ຫັດສະດີ ເປັນສາຂາ ນະຄອນຫຼວງວຽງຈັນ, ໂອກາດນີ້ໄດ້ຖືເປັນກ້າວເລີ່ມຕົ້ນທີ່ສຳຄັນໃນການ ຂະຫຍາຍໂຕ ແລະ ພັດທະນາເຄືອຄ່າຍຂອງທະນາຄານ.
10/06/2016: ທະນາຄານ ຊາຄອມແບັງລາວ ໄດ້ເປີດສາຂາຈຳປາສັກ ຕັ້ງຢູ່ເຮືອນເລກທີ 11-12-13 ຖະນົນສາລາຂຽວ -ດົງຈອງ, ບ້ານ ໂພນກຸງ, ເມືອງ ປາກເຊ, ແຂວງ ຈຳປາສັກ. ເປັນຈຸດໃຈກາງເຂດເສດທະກິດຂອງເມືອງ ປາກເຊ ສະ ດວກສະບາຍໃນການມາພົວພັນທຸລະກຳ ນຳທະນາຄານ.
03/03/2017: ໄດ້ຍ້າຍ ແລະ ປ່ຽນຈາກໜ່ວຍບໍລິການຕະຫຼາດເຊົ້າເປັນໜ່ວຍບໍລິການທາດຫຼວງທີ່ຖະໜົນ ກຳແພງເມືອງ, ບ້ານທາດຫຼວງໃຕ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ແລະ ໄດ້ຜັນປ່ຽນຈາກໜ່ວຍບໍລິການເປັນສາຂາທາດຫຼວງ ໃນວັນທີ 04/04/2017 ນີ້.
03/08/2017: ທະນາຄານໄດ້ເປີດໃຫ້ບໍລິການທີ່ສາຂາສະຫວັນນະເຂດ ແລະ ໄດ້ເປີດບໍລິການຢ່າງເປັນທາງການໃນວັນທີ
29/09/2017: ຊາຄອມແບັງ ສາຂາສະຫວັນນະເຂດຕັ້ງຢູ່ ເຮືອນເລກທີ 203, ຖະໜົນ ສີສະຫວ່າງວົງ, ບ້ານ ນາເລົ່າ, ເມືອງ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ. ປະຈຸບັນ ສາຂາສະຫວັນນະເຂດ ເປັນທະນາຄານແຫ່ງທຳອິດທີ່ ລົງທຶນຈາກຫວຽດນາມ.
ດ້ວຍຄວາ​ມພ້ອມທາງດ້ານການເງິນ, ປະສົບການໃນການຄຸ້ມຄອງບໍລິຫານ, ພ້ອມດ້ວຍເປົ້າ ໝາຍໃນການດຳເນີນທຸລະກິດ ຂອງທະນາຄານແມ່ (Sacombank), ປະຈຸບັນ ຊາຄອມແບັງ ທຸກໆ ສາຂາໃນປະເທດລາວ ໄດ້ຕອບສະໜອງບັນດາຜະລິດຕະພັນ - ການບໍລິການທາງດ້ານການເງິນ
 
15/02/2019: ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈໍາກັດ (ຊາຄອມແບັງ ລາວ), ໄດ້ຈັດພິທີເປີດ ສາຂາ ລ້ານຊ້າງ ຢ່າງເປັນທາງການ ທີ່ ອາຄານ ເລກທີ່ 044 ຖະໜົນ ແຫ່ງບຸນ, ບ້ານ ຫາຍໂສກ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ.
 
 ຕະຫຼອດໄລຍະເວລາ 10 ປີ ແຫ່ງການຂະຫຍາຍຕົວ ແລະ ພັດທະນາ, ທະນາຄານ ຊາຄອມແບັງ ລາວ ໄດ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ແລະ ນັບມື້ນັບໄດ້ຮັບຄວາມໄວ້ວາງໃຈຈາກອົງກອນຕ່າງໆ, ບັນດາວິສາຫະກິດ, ລູກຄ້າສ່ວນບຸກຄົນ ກໍ່ຄືສັງຄົມລາວ. ເຄືອຂ່າຍສາຂາຂອງ ທະນາຄານທັງໝົດປະກອບມີ: 1 ສຳນັກງານໃຫຍ່ ແລະ 5 ສາຂາ: ສາຂາ ນະຄອນຫຼວງວຽງຈັນ, ສາຂາ ທາດຫຼວງ, ສາຂາ ຈຳປາສັກ, ສາຂາ ສະຫວັນນະເຂດ ແລະ ສາຂາ ລ້ານຊ້າງ, ມີພະນັກງານທັງໝົດ ຫຼາຍກ່ວາ 200 ຄົນ. ພິເສດ ລະບົບການໃຫ້ບໍລິການ ແມ່ນລະບົບທີ່ທັນສະໄໝ ແລະ ປອດໄພ.
 
ສາຂາລ້ານຊ້າງ ຕັ້ງຢູ່ທີ່ສໍານັກງານໃຫຍ່ຂອງ ທະນາຄານ ຊາຄອມແບັງ ລາວ ແລະ ໄດ້ແຍກໂຕອອກຈາກ ບັນດາໜ່ວຍງານ ຂອງສໍານັກງານໃຫ່ຍ ເພື່ອສຸມໃສ່ໃນການດຳເນີນທຸລະກິດ, ການບໍລິການໃຫ້ກັບລູກຄ້າເປັນຫຼັກ. ເຊິ່ງຮູບແບບດັ່ງກ່າວ ກໍ່ເປັນຮູບແບບການຈັດຕັ້ງ ທີ່ທັນສະໄໝສຳລັບທະນາຄານ, ເພື່ອຮັບປະກັນໃຫ້ກັບການຄຸ້ມຄອງບໍລິຫານ ໃຫ້ຖືກກັບທິດທາງລວມ. ສຳນັກງານໃຫຍ່ຈະເປັນສູນກາງລວມ ໃນການຄົ້ນຄ້ວາ ພັດທະນາຜະລິດຕະພັນ, ການບໍລິການ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ເປັນການຊອກຫາແນວທາງ ເພື່ອຍົກລະດັບ ຄຸນນະພາບການບໍລິການໃຫ້ກັບລູກຄ້າ ໃນແຕ່ລະສາຂາ, ເຊິ່ງທັງໝົົດນີ້ມີຈຸດປະສົງຫຼັກຄື: ເອົາລູກຄ້າເປັນໃຈກາງ.
 
 - ການທະນາ ຄານ ທີ່ທັນສະໃໝ່ ແລະ ການບໍລິການຢ່າງມືອາຊີບໃຫ້ແກ່ລູກຄ້າໃນ ສປປ ລາວ​ເຊັ່ນ: ບໍລິການ​ທາງ​ດ້ານສິນ​ເຊື່ອ, ການຄ້ຳປະກັນ, ບໍລິການຝາກເງິນ, ​ໂອນ​ເງິນ, ​ແລກປ່ຽນ​ເງິນຕາ, ຊຳລະສະສາງສາ ກົນ  ​ແລະ ການ​ບໍລິການ​ອື່ນໆ.
ຕະຫລອດໄລຍະ 9 ປີ ທີ່ ທະນາຄານ ຊາຄອມແບັງ ໄດ້ດໍາເນີນທຸລະກິດໃນ ສປປ ລາວ, ທະນາຄານໄດ້ຕອບສະໜອງ ຄວາມຕ້ອງ ການທາງດ້ານການເງິນໃຫ້ແກ່ ນັກທຸລະກິດຫວຽດນານ, ນັກທຸລະກິດຕ່າງປະເທດທີ່ກຳລັງດຳເນີນທຸລະກິດທີ່ ລາວ ແລະ ປະຊາຊົນລາວ ດ້ວຍ ບໍລິການ, ພະລິດຕະພັນຫຼາຍຢ່າງ ບໍ່ວ່າຈະເປັນ ບໍລິການການເງິນທີ່ເຊື່ອມຕໍ່ລະ ຫວ່າງປະເທດໃນເຂດອິນດູຈີນ ແລະ ຕອບສະໜອງ ບັນດາ ກິດຈະການທຸລະກິດຂະໜາດກາງ ແລະ ນ້ອຍ ດ້ວຍດອກ ເບ້ຍທີ່ເໝາະສົມ ແລະ ສາມາດແກ່ຍາວໄລຍະເວລາໄດ້ເຖິງ 7 ປີ.  ທະນາຄານ ຊາ ຄອມແບັງ ລາວ ຈະແນໃສ່ການຕະຫຼາດຂະໜາດຍ່ອຍ, ແລະ ໃນອານາຄົດທາງທະນາຄານມີແຜນທີ່ຈະ ຂະຫຍາຍເຄືອຄ່າຍໄປສູ່ແຂວງ ຄຳມ່ວນ, ແຂວງ ຫຼວງພຣະບາງ ແລະ ແຂວງ ບໍ່ແກ້ວ.

 

 

ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ
ເຮືອນເລກທີ 044, ​ຖະໜົນ ແຫ່ງ​ບຸນ, ຕຶກທະນາຄານ ຊາຄອມແບັງ ລາວ ຊັ້ນ 3, ຊັ້ນ 4 ແລະ ຊັ້ນ 5 ບ້ານ ຫາຍ​ໂສກ,
ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ
Tel: (+856) 21 267 979 Fax: (+856) 21 265 725
 
ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ - ສາຂາ ລ້ານຊ້າງ
ເຮືອນເລກທີ 044, ​ຖະໜົນ ແຫ່ງ​ບຸນ, ຕຶກທະນາຄານ ຊາຄອມແບັງ ລາວ ຊັ້ນ 1 ແລະ ຊັ້ນ 2, ບ້ານ ຫາຍ​ໂສກ,
ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ສປປ ລາວ
Tel: (+856) 21 265 726 Fax: (+856) 21 265 725
 
ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ - ສາຂາ ນະຄອນຫຼວງວ​ຽງ​ຈັນ
ຖະໜົນລ້ານຊ້າງ, ໜ່ວຍ 006, ບ້ານ ຫັດສະດີໃຕ້, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ
Tel: (+856) 21 260 400 Fax: (+856) 21 260 402
 
ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ - ສາຂາ ທາດຫຼວງ
ຖະໜົນ ກຳແພງເມືອງ, ບ້ານ ທາດຫຼວງໃຕ້, ເມືອງໄຊເສດຖາ, ນະຄອນຫຼວງ ວຽງຈັນ
Tel: (+856) 21 263 344 Fax: (+856) 21 263 393
 
ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ - ສາຂາ ຈຳປາສັກ
ເຮືອນເລກທີ 11-12-13, ຖະໜົນສາຂຽວ-ດົງ​ຈອງ, ບ້ານ ໂພນ​ກຸງ, ນະຄອນປາກ​ເຊ, ແຂວງຈຳປາສັກ
Tel: (+856) 31 410  411 Fax: (+856) 31 410  499
 
ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ - ສາຂາ ສະຫວັນນະເຂດ
ເຮືອນເລກທີ 203, ຖະໜົນ ສີສະຫວ່າງວົງ, ບ້ານ ນາເລົ່າ, ນະຄອນ ໄກສອນ ພົມວິຫານ, ແຂວງ ສະຫວັນນະເຂດ
Tel: (+856) 41 260 333 Fax: (+856)  41 260 555
 
    
 
 
ອັດຕາ ແລກປ່ຽນ
ປັບປຸງເວລາ 9:00, 26/03/2024
ເງິນໂອນ
ເງິນຕາ ຕ່າງປະເທດ ອັດຕາ ສະເໜີຊື້ ອັດຕາ ສະເໜີຂາຍ
USD 50-100 21,004 21,129
USD 1-20 N/A N/A
THB 500-1000 642.55 654.76
THB 20-100 N/A N/A
EUR 50-500 22,326 22,762
EUR 1-20 N/A N/A
JPY 136.86 139.54
GBP 25,652 26,152
VND 0.8541 0.8710
CNY 3,216 3,278
CAD 17,084 17,417
ເງິນສົດ
ເງິນຕາ ຕ່າງປະເທດ ອັດຕາ ສະເໜີຊື້ ອັດຕາ ສະເໜີຂາຍ
USD 50-100 21,004 21,129
USD 1-20 21,003 N/A
THB 500-1000 642.55 654.76
THB 20-100 642.54 N/A
EUR 50-500 22,326 22,762
EUR 1-20 22,325 22,761
JPY 136.86 139.54
GBP 25,652 26,152
VND 0.9371 0.9556
CNY N/A N/A
CAD N/A N/A
ສະກຸນເງິນ: LAK
ການສ້າງຕັ້ງ ແລະ ການຂະຫຍາຍຕົວຂອງ Sacombank ລາວ