ລັກສະນະບໍລິການ:
Sacombank - ສາຂາລາວ
ສາມາດຕອບສະໜອງທ່ານທີ່ຕ້ອງການໂອນເງິນ ໄປຕ່າງປະເທດ ເພື່ອຊຳລະຄ່າສິນຄ້າ, ຄ່າບໍລິການ,
ໂອນທຶນກັບປະເທດ ແລະ
ອື່ນໆຕາມລະບຽບການທີ່ທະຄານແຫ່ງ ສປປລາວ
ວາງອອກ.ດ້ວຍຄວາມປອດໄພ, ວ່ອງໄວ
ແລະ
ຊັດເຈນຜ່ານເຄືອຂ່າຍທະນາຄານຕົວແທນຂອງ Sacombank
ໃນທົ່ວໂລກ. ທ່ານສາມາດເລືອກໂອນຜ່ານລະບົບ SWIFT
(T/TR) ເຊິ່ງເປັນລະບົບມາດຕາຖານສາກົນ
ທີ່ຍອມຮັບທົ່ວໂລກ ຫຼື ໂອນເງິນແບບກັບ Sacombank ໄປຫວຽດນາມ ພາຍໃນ 1 ຊົ່ວໂມງ.
ຜົນປະໂຫຍດທີ່ໄດ້ຮັບ:
-
ໂອນເງິນໄປທຸກທະນາຄານຢູ່ຕ່າງປະເທດວອ່ງໄວ
ແລະປອດໄພ.
-
ສາມາດໂອນເງິນໄດ້ຫຼາຍສະກຸນເງິນຕາມຄວາມຕ້ອງການຂອງທ່ານ.
-
ທ່ານສາມາດໂອນເງິນສົດ
ຫຼືຫັກເງິນຈາກບັນຊີຂອງທ່ານກໍ່ໄດ້.
-
ຊ່ວຍທ່ານໃນການແລກປ່ຽນເງິນຕາຕ່າງປະເທດເພື່ອໂອນຕາມຄວາມຕ້ອງການ.
-
ຮັບປະກັນຄວາມປອດໄພ.
ຜະລິດຕະພັນ:
-
ໂອນເງິນຊຳລະສະສາງຕ່າງປະເທດແບບ
T/T,T/TR
(Telegraphic Transfer Remittance): ເປັນຮູບການໂອນເງິນ
ໂດຍຜ່ານລະບົບ SWIFT/TELEX ສະດວກສະບາຍ, ວ່ອງໄວ ແລະ
ໄດ້ຮັບການນຳໃຊ້ແຜ່ຫຼາຍຢູໃນລາວ.
-
ໜັງສືສິນເຊື່ອ
(Letter of Credit):
ໃຫ້ຄຳປຶກສາ, ບໍລິການເປີດໜັງສືສິນເຊື່ອໄປປະເທດຕ່າງໆທົ່ວໂລກ, ຮັບເປັນທະນາຄານແຈ້ງໜັງສືສິນເຊື່ອຈາກຕ່າງປະເທດໃຫ້ກັບລູກຄ້າຢູ່ລາວ, ຮັບຮຽກເກັບເງິນຈາກຕ່າງປະເທດຕາມ
L/C ແລະ ບໍລິການອື່ນໆກ່ຽວກັບ L/C.
-
ຮຽກເກັບແທນແບບມີເອກະສານ
(Documentary
Collection): ບໍລິການຮຽກເກັບແທນຈາກຕ່າງປະເທດ
ແລະ ຮັບຮຽກເກັບແທນຈາກຕ່າງປະເທດ
ຕາມຮູບແບບ D/A (Documentary Against Acceptance)
ແລະ D/P (Documentary Against
Paymentance).
ປະເພດສະກຸນເງິນ:
ທ່ານສາມາດໂອນເປັນສະກຸນເງິນບາດໄທ, ໂດລາສະຫະລັດ, ຢູໂຣ, ຫວຽດນາມດົງ…..
ຄ່າທໍານຽມໃນການໃຊ້ບໍລິການ: ເບິ່ງຄ່າທຳນຽມເພີ່ມເຕີມທີ່ນີ້
ຕາມທີ່ທາງທະນາຄານໄດ້ກຳໜົດໃນແຕ່ລະໄລຍະ.
ເງື່ອນໄຂການໃຊ້ບໍລິການ:
ປະກອບເອກະສານ ແລະ
ແບບຟອມຕາມທີ່ທະນາຄານກໍານົດ.