Skip Ribbon Commands
Skip to main content
ເງິນຝາກກະແສລາຍວັນ
ໜ້າຫຼັກCorporateDepositsເງິນຝາກກະແສລາຍວັນ
 
ເງິນຝາກທຸກກີບຂອງທ່ານ ຈະໄດ້ຮັບຜົນຕອບແທນສູງສຸດ

ເງິນ​ຝາກກະ​ແສ​ລາຍ​ວັນ

v  ເງິນຝາກທຸກກີບຂອງທ່ານ ຈະໄດ້ຮັບຜົນຕອບແທນສູງສຸດ
v  ບັນຊີ​ຝາກ​ກະ​ແສ​ລາຍ​ວັນ​ເປັນ​ບັນຊີ​ທີ່​ອຳນວຍ​ຄວາມ​ສະດວກ, ວ່ອງໄວ ແລະ​ ປອດ​ໄພ, ​​​ເໝາະ​ສຳ​ລັບ​ການ​ດຳ​ເນີນ​ທຸລະ​ກິດ​ຂອງ​ ວິ​ສາ​ຫະກິດ ​ແລະ​ ອົງການ​ຈັດ​ຕັ້ງ​ຕ່າງໆ ທີ່​ມີ​ການ​ໃຊ້​ເງິນ​ໝູນວຽນ​ຕະຫຼອດ​ເວລາ, ທ່ານສາມາດໃຊ້ແຊັກ​ສັ່ງ​ຈ່າຍ​ຂອງ​ທະນາຄານ​ແທນ​ການ​ໃຊ້​ເງິນສົດ, ພ້ອມກັນນັ້ນທ່ານຍັງໄດ້ຮັບດອກເບ້ຍອີກດ້ວຍ.
v  ປະເພດສະກຸນເງິນຝາກ: ສະກຸນ​ເງິນ​ກີບ, ບາດ​ໄທ ​ແລະ​​​ ໂດ​ລາ​ສະ​ຫະລັດ​ອາ​ເມ​ລິ​ກາ.
v  ວົງ​ເງິນ​ຝາກ​ເລີ່ມ​ຕົ້ນ: (ບໍລິສັດ)
·         ສະກຸນ​ເງິນ​ກີບ: 100,000 ກີບ.
·         ສະກຸນເງິນໂດລາສະຫະລັດ: 10 ໂດລາ.
·         ສະກຸນເງິນບາດໄທ: 400 ບາດ.
v  ອັດ​ຕາ​ດອກ​ເບ້ຍ:
·         ຕາມອັດຕາດອກເບ້ຍທີ່ທາງທະນາຄານໄດ້ກຳນົດ​ໃນ​ແຕ່ລະ​ໄລຍະ.
v  ເງື່ອນໄຂການໃຊ້ບໍລິການ:
·         ສາມາດ​ເປີດ​​ໄດ້​ທຸກ​ສາຂາ ​ແລະ​ ໜ່ວຍ​ບໍລິການ​​ໃນທົ່ວ​ປະ​ເທດ.
·         ທ່ານ​ສາມາດ​ນຳ​ໃຊ້​ແຊັກ​ແທນ​ເງິນສົດ​ໄດ້​ໂດຍ​ທີ່​ທ່ານ​ບໍ່​ຕ້ອງຂຶ້ນ​ມາ​ຖອນ​ດ້ວຍ​ຕົນ​ເອງ.
·         ສາມາດ​ຖອນ​ເງິນ​ໃນ​ຈຳນວນ​ຫລາຍ​ໄດ້ ​ແຕ່​ທ່ານຕ້ອງ​ແຈ້ງ​ລ່ວງໜ້າ​ໃຫ້​ທະນາຄານ​ຮັບ​ຮູ້​ກ່ອນ 1ຊົ່ວ​ໂມງ.
·         ສາມາດ​ໂອນ​ໄດ້​ສະດວກ​ສະບາຍ​ບໍ່ວ່າ​ຈະ​ເປັນ​ພາຍ​ໃນ​ ຫຼື ຕ່າງປະ​ເທດ.
·         ຍອດເຫຼືອໃນບັນຊີຕ່ຳສຸດ: 
-      ບັນຊີເງິນກີບ: 100,000 ກີບ.
-      ບັນຊີເງິນໂດລາສະຫະລັດ: 10 ໂດລາ.
-      ບັນຊີເງິນບາດໄທ: 400 ບາດ.
v  ບໍລິສັດ (​ວິ​ສາ​ຫະກິດ​ຄົນ​ລາວ):
·         ໃບ​ທະບຽນວິ​ສະຫະ​ກິດ, ໃບ​ທະບຽນອາກອນ,ໃບ​ອະນຸຍາດ​ຈາກ​ຂະ​ແໜງ​ການ (ຖ້າ​ມີ).
·         ບັດປະຈຳຕົວ,​ ປື້ມສຳມະ​ໂນ​ຄົວ,​ ປື້ມຜ່ານ​ແດນ ຂອງ​ເຈົ້າ​ຂອງ​ວິສາ​ຫະກິດ.
·         ໃນກໍລະນີ​ທີ່​ບໍ່​ແມ່ນ​ເຈົ້າ​ຂອງ​​ວິ​ສາ​ຫະກິດ ​ແມ່ນ​ຕ້ອງ​ມີ​ໃບ​ມອບ​ສິດ​ໃນ​ການ​ນຳ​ໃຊ້​ໃບ​ທະບຽນ​ວິ​ສາ​ຫະກິດ ​ແລະ ​ເອກະສາ​ນອື່ນໆ​ທີ່​ກ່ຽວຂ້ອງ​ເພື່ອ​ນຳ​ມາ​ເປີດ​ບັນຊີ​ພ້ອມ​ດ້ວຍ​ບັດປະຈຳຕົວ​ ຂອງ​ເຈົ້າ​ຂອງ​ທະບຽນ​ວິ​ສາ​ຫະກິດ.
·         ໃບ​ສະ​ໜີ​ຂໍ​ເປີດ​ບັນຊີ ​ແລະ ຂຽນ​ແບບ​​ຟອມຂໍ​ເປີດ​ບັນຊີ​ທີ່​ທາງ​ທະນາຄານ​ກຳນົດ​ໃຫ້.
v  ບໍລິສັດ (​ວິ​ສາ​ຫະກິດ​ຄົນ​ຕ່າງປະ​ເທດ):
·         ໃບ​ທະບຽນວິ​ສະຫະ​ກິດ, ໃບ​ທະບຽນອາກອນ, ໃບ​ອະນຸຍາດ​ລົງທຶນ.
·         ປື້ມຜ່ານ​ແດນ ຫຼື ບັດ​ແຮງ​ງານຂອງ​ເຈົ້າ​ຂອງ​ບັນຊີ​ຜູ້ມີ​ອຳນາດ​ໃນ​ການ​ເຄື່ອນ​ໄຫວ​ບັນຊີ.​
·         ໃນກໍລະນີ​ທີ່​ບໍ່​ແມ່ນ​ເຈົ້າ​ຂອງ​​ວິ​ສາ​ຫະກິດ ​ແມ່ນ​ຕ້ອງ​ມີ​ໃບ​ມອບ​ສິດ​ໃນ​ການ​ນຳ​ໃຊ້​ໃບ​ທະບຽນ​ວິ​ສາ​ຫະກິດ ​ແລະ ​ເອກະສາ​ນອື່ນໆ​ທີ່​ກ່ຽວຂ້ອງ​ເພື່ອ​ນຳ​ມາ​ເປີດ​ບັນຊີ​ພ້ອມ​ດ້ວຍ​ບັດປະຈຳຕົວ​ ຂອງ​ເຈົ້າ​ຂອງ​ທະບຽນ​ວິ​ສາ​ຫະກິດ.
·         ໃບ​ສະ​ໜີ​ຂໍ​ເປີດ​ບັນຊີ ​ແລະ ຂຽນ​ແບບ​​ຟອມຂໍ​ເປີດ​ບັນຊີ​ທີ່​ທາງ​ທະນາຄານ​ກຳນົດ​ໃຫ້.
ຜະລິດຕະພັນອື່ນ Deposits
ເງິນຝາກກະແສລາຍວັນ