Skip Ribbon Commands
Skip to main content
ບໍລິການໂອນເງິນໄປຕ່າງປະເທດ
ໜ້າຫຼັກPersonalServicesບໍລິການໂອນເງິນໄປຕ່າງປະເທດ
 

ບໍລິການ​ໂອນ​ເງິນ​ໄປ​ຕ່າງປະ​ເທດ

ລັກສະນະ​ບໍລິການ:

Sacombank - ສາຂາລາວ ​ສາມາດຕອບ​ສະໜອງທ່ານ​ທີ່​ຕ້ອງການ​ໂອນ​ເງິນ​ ​ໄປ​ຕ່າງປະ​ເທດ ​ເພື່ອ​ຊຳລະ​ຄ່າ​ສິນຄ້າ, ຄ່າບໍລິການ, ໂອນ​ທຶນກັບປະ​ເທດ ​ແລະ ອື່ນໆຕາມລະບຽບ​ການ​ທີ່ທະ​ຄານ​ແຫ່ງ ສປປລາວ ວາງ​ອອກ.ດ້ວຍ​ຄວາມ​ປອດ​ໄພ, ວ່ອງ​ໄວ ​ແລະ​ ຊັດ​​ເຈນຜ່ານ​ເຄືອ​ຂ່າຍ​ທະນາຄານ​ຕົວ​ແທນຂອງ​ Sacombank ​ໃນທົ່ວ​ໂລກ​. ທ່ານ​ສາມາດ​ເລືອກ​​​ໂອນຜ່ານ​ລະບົບ SWIFT (T/TR) ​ເຊິ່ງ​ເປັນ​ລະບົບ​ມາດຕາ​ຖານ​ສາ​ກົນ ທີ່​ຍອມຮັບ​ທົ່ວ​ໂລກ ຫຼື ໂອນເງິນແບບກັບ Sacombank ໄປຫວຽດນາມ ພາຍໃນ​ 1 ຊົ່ວໂມງ.

ຜົນປະໂຫຍດທີ່ໄດ້ຮັບ: 

-         ໂອນ​ເງິນ​ໄປ​ທຸກ​ທະນາຄານ​ຢູ່​ຕ່າງປະ​ເທດວອ່ງ​ໄວ ​ແລະ​ປອດ​ໄພ.

-         ສາມາດ​ໂອນ​ເງິນ​ໄດ້​ຫຼາຍ​ສະກຸນ​ເງິນຕາ​ມຄວາມ​ຕ້ອງການ​ຂອງ​ທ່ານ.

-         ທ່ານ​ສາມາດ​ໂອນ​ເງິນສົດ ຫຼື​ຫັກ​ເງິນ​ຈາກ​ບັນຊີ​ຂອງ​ທ່ານ​ກໍ່​ໄດ້.

-         ຊ່ວຍທ່ານ​ໃນ​ການ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ​ເພື່ອ​ໂອນ​ຕາມ​ຄວາມ​ຕ້ອງການ.

-         ຮັບປະກັນ​ຄວາມ​ປອດ​ໄພ.

ຜະລິດ​ຕະພັນ:

-         ໂອນ​ເງິນ​ຊຳລະ​ສະ​ສາງຕ່າງ​ປະ​ເທດ​ແບບ T/T,T/TR (Telegraphic Transfer Remittance): ​ເປັນ​ຮູບ​ການ​ໂອນ​ເງິນ​ ໂດ​ຍຜ່ານ​ລະບົບ SWIFT/TELEX ສະດວກ​ສະບາຍ, ວ່ອງ​ໄວ ແລະ ໄດ້​ຮັບ​ການ​ນຳ​ໃຊ້​​ແຜ່​ຫຼາຍຢູ​ໃນ​ລາວ.

-         ໜັງ​​ສື​ສິນ​ເຊື່ອ (Letter of Credit): ໃຫ້​ຄຳ​ປຶກສາ, ບໍລິການ​ເປີດໜັງ​​ສື​ສິນ​ເຊື່ອ​ໄປ​ປະ​ເທດ​ຕ່າງໆ​ທົ່ວ​ໂລກ, ​ຮັບ​ເປັນ​ທະນາຄານແຈ້ງໜັງ​ສື​ສິນ​ເຊື່ອ​ຈາກ​ຕ່າງປະ​ເທດ​ໃຫ້​ກັບ​ລູກ​ຄ້າ​ຢູ່ລາວ, ຮັບ​ຮຽກ​ເກັບ​ເງິນ​ຈາກ​ຕ່າງປະ​ເທດ​ຕາມ L/C ​ແລະ ບໍລິການ​ອື່ນໆ​ກ່ຽວ​ກັບ L/C.

-          ຮຽກ​ເກັບ​​ແທນ​ແບບ​ມີ​ເອກະສານ (Documentary Collection): ບໍລິການ​ຮຽກ​ເກັບ​ແທນ​ຈາກ​ຕ່າງປະ​ເທດ ​ແລະ ຮັບຮຽກ​ເກັບ​ແທນ​ຈາກ​ຕ່າງປະ​ເທດ ຕາມ​ຮູບ​ແບ​ບ D/A (Documentary Against Acceptance) ​ແລະ D/P (Documentary Against Paymentance).

ປະເພດສະກຸນເງິນ: 

ທ່ານສາມາດ​ໂອນ​ເປັນສະກຸ​ນ​ເງິນ​ບາດ​ໄທ, ​ໂດ​ລາສະຫະລັດ, ຢູ​ໂຣ, ຫວຽດນາມ​ດົງ…..

ຄ່າທໍານຽມໃນການໃຊ້ບໍລິການ:

ຕາມທີ່ທາງທະນາຄານໄດ້ກຳໜົດ​ໃນ​ແຕ່ລະ​ໄລຍະ.

ເງື່ອນໄຂການໃຊ້ບໍລິການ:

ປະກອບ​​ເອກະສານ ​ແລະ ແບບ​ຟອມ​ຕາມ​ທີ່​ທະນາຄານ​ກໍານົດ.

ບໍລິການໂອນເງິນໄປຕ່າງປະເທດ