Skip Ribbon Commands
Skip to main content
ບັນຊີເງິນຝາກປະຈໍາ
ໜ້າຫຼັກPersonalDepositsບັນຊີເງິນຝາກປະຈໍາ
 

ບັນຊີເງິນຝາກປະຈໍາ

v ຈຸດປະສົງ: ຕອບສະໜອງບັນດາລູກຄ້າທີ່ຕ້ອງການລົງທຶນທີ່ມີຄວາມໝັ້ນຄົງ ແລະ ໄດ້ຮັບຜົນຕອບແທນສູງ ດ້ວຍຮູບການນໍາເງິນທີ່ຍັງບໍ່ມີຄວາມຈໍາເປັນຕ້ອງໃຊ້ ມາຝາກປະຈໍາຜ່ານທະນາຄານ ຊາຄອມແບັງ ລາວ ໂດຍສາມາດເລືອກໄລຍະເວລາຝາກທີ່ມີກໍານົດ ຕາມຄວາມສະດວກຂອງລູກຄ້າໄດ້.
v  ລັກສະນະຜະລິດຕະພັນ:
·         ຝາກເຂົ້າບັນຊີ ແລະ ເບີກຖອນຕາມລະບຽບກ່ຽວກັບໄລຍະຝາກຂອງ ທະນາຄານ Sacombank Lao.
·         ສະກຸນເງິນ: ກີບ, ໂດລາ, ບາດ.
·         ອັດຕາດອກເບ້ຍ: ອີງຕາມດອກເບ້ຍມີກຳນົດ ທີ່ທະນາຄານ Sacombank Lao ໄດ້ປະກາດນໍາໃຊ້ໃນແຕ່ລະໄລຍະ.
·         ວົງເງິນເປີດບັນຊີຄັ້ງທຳອິດ: ຕາມລະບຽບຂອງທະນາຄານ Sacombank Lao ໃນແຕ່ລະໄລຍະ.
·         ໄລຍະຝາກ: ແຕ່ 3 ເດືອນ ຫາ 60 ເດືອນ.
·         ຮູບແບບການຊຳລະດອກເບ້ຍ: ສາມາດເລືອກຮັບດອກເບ້ຍລ່ວງໜ້າ ທຸກໆເດືອນ ຫຼື ທຸກໆປີ ຫຼື ທ້າຍງວດ.
v   ຂັ້ນຕອນເອກະສານປະກອບມີ:
·         ໃບສະເໜີເປີດບັນຊີເງິນຝາກປະຈຳ, ບັດປະຈຳຕົວ/ໜັງສືຜ່ານແດນ/ປຶ້ມສຳມະໂນຄົວຂອງບຸກຄົນທີ່ກ່ຽວຂ້ອງ.
·         ເອກະສານຕ່າງໆຕາມລະບຽບຂອງ ທະນາຄານ Sacombank Lao ກໍານົດໄວ້ໃນແຕ່ລະໄລຍະ.
ບັນຊີເງິນຝາກປະຈໍາ