Skip Ribbon Commands
Skip to main content
ການແລກປ໋ຽນເງິນຕາຕ່າງປະເທດ
ໜ້າຫຼັກPersonalServicesການແລກປ໋ຽນເງິນຕາຕ່າງປະເທດ
ເພື່ອແຜນການ ການບໍລິຫານກະແສເງິນໃຫ້ມີປະສິດທິພາບ

ລັກສະນະບໍລິການ:

ທ່ານສາມາດ​ເລືອກ​​ໃຊ້​ບໍລິການຊື້ ຫຼື​ ຂາຍ​ເງິນຕາ​ຕ່າງປະ​ເທດທີ່​ເໝາະ​ກັບ​ຄວາມ​ຕ້ອງການ​ຂອງ​ທ່ານ​ດ້ວຍ​ສະກຸນ​ເງິນ​ທີ່​ຫຼາກ​ຫຼາຍ​ ແລະ ​ອັດຕາ​ແລກປ່ຽນທີ່​ທ່ານ​ພໍ​ໃຈ.

ຜົນປະໂຫຍດຂອງບໍລິການ:

-         ການ​ໃຫ້​ບໍລິການ​ທີ່​ເປັນ​ກັນ​ເອງ, ພ້ອມ​ກັບ​ການ​ໃຫ້​ຄຳ​ແນະນຳ​ຕ່າງໆ​ ເພື່ອ​ອຳນວຍ​ຄວາມ​ສະດວກ​ ໃຫ້​ແກ່​ການ​ນຳ​ໃຊ້​ບໍລິການ​ໃຫ້​ທ່ານ.

-         ສາມາດ​ເລືອກ​ໃຊ້​ບໍລິການ​ແລກປ່ຽນ​ໄດ້​ຢ່າງ​ສະດວກ ຕາມ​ຈຸດ​ບໍລິການ​ຕ່າງໆ.

-         ວົງ​ເງິນ​ການ​ແລກປ່ຽນຍິ່ງສູງ ທ່ານ​ຍິ່ງ​ຈະ​​ໄດ້​ຮັບ​ອັດຕາ​ແລກປ່ຽນທີ່ໜ້າພໍ​ໃຈ.

-         ທ່ານ ສາມາດ​ແລກປ່ຽນ​ໄດ້ຫຼາຍ​ສະກຸນ​ເງິນຕາ​ມຄວາມ​ຕ້ອງການ.

-         ດ້ວຍ​ວົງ​ເງິນ​ແລກປ່ຽນ​ພາຍ​ໃນ​ວັນ​ສູງ​ສຸດ.

ອັດຕາ​ແລກປ່ຽນ:

ທ່ານ​ສາມາດ​ກວດ​ເບິ່ງ​ລາຍ​ລະອຽດ ກ່ຽວ​ກັບ​ອັດຕາ​ແລກປ່ຽນ​ເງິນ​ຕາ​ຕ່າງປະ​ເທດ​ພາຍ​ໃນ​ມື້ ​ໄດ້​ທີ່​ກະດານ​ອັດຕາ​ແລກປ່ຽນ​ທີ່ສຳນັກງານ, ສາ​ຂາ, ຈຸດ​ບໍລິການ​ຕ່າງໆ ​ແລະ​ ​ເວັບ​ໄຊ໌ຂອງ​ທະນາຄານ.

ຄ່າທໍານຽມໃນການໃຊ້ບໍລິການ:

ບໍລິການ​​ດີ​ໂດຍ​ບໍ່​ໄດ້​ເສຍ​ຄ່າ​ທຳນຽມ​.

ເງື່ອນໄຂໃນການໃຊ້ບໍລິການ:

ພຽງ​ແຕ່​ທ່ານ​ນຳ​ເງິນສົດ, ແຊັກຫຼື​ ປຶ້ມ​ບັນຊີ​ເງິນ​ຝາກ​ປະຢັດ, ກະ​ແສ​ລາຍ​ວັນ​ທີ່​ເປີດ​ກັບ Sacombank ສາຂາ ລາວ ພ້ອມ​ກັບ ບັດປະຈຳຕົວ/Passport/​ໃບ​ທະບຽນວິ​ສາ​ຫະກິດ…. ແລະ ​ແຈ້ງ​ລາຍ​ລະອຽດ​ໃນ​ການ​ແລກປ່ຽນ​ຕາມແບບ​ຟອມທີ່​ທາງ​ທະນາຄານ​ກຳໜົດ​ໃຫ້.

 
 
 
 
 
ການແລກປ໋ຽນເງິນຕາຕ່າງປະເທດ