Skip Ribbon Commands
Skip to main content
ເງິນກູ້ທີ່ຄ້ຳປະກັນດ້ວຍປື້ມເງິນຝາກ
ໜ້າຫຼັກCorporateLoansເງິນກູ້ທີ່ຄ້ຳປະກັນດ້ວຍປື້ມເງິນຝາກ
 
 
v  ລັກສະນະບໍລິການ:
·         ທ່ານທີ່ຕ້ອງການທຶນໄປຫມູນວຽນໃນການດໍາເນີນທຸລະກິດ ຫຼື ມີຄວາມຈໍາເປັນ ໂດຍທີ່ທ່ານອາດຈະຄິດປິດບັນຊີເງິນຝາກປະຈໍາ. ແຕ່ສໍາລັບ Sacombank Lao ແລ້ວ ທ່ານບໍ່ຈໍາເປັນຕ້ອງເຮັດແບບນັ້ນ ທ່ານສາມາດນໍາປຶ້ມເງິນຝາກປະຈຳຂອງທ່ານ ມາ​ເປັນ​ຫລັກ​ຊັບ​ຄໍ້າ​ປະກັນ​ເພື່ອ​ກູ້​ຢືມ.
v  ຜົນປະໂຫຍດຂອງບໍລິການ:
·         ຕອບສະໜອງຕາມຄວາມຕ້ອງການ ທາງ​ດ້ານທຶນຮອນຂອງທ່ານໄດ້ຢ່າງວ່ອງໄວ​.  ໄດ້ຮັບດອກເບ້ຍຕາມປົກກະຕິ.
·         ເວລາກູ້ຢືມບໍ່ເກີນໄລຍະກຳນົດທີ່ຍັງເຫຼືອຂອງປຶ້ມເງິນຝາກປະຈຳ ທີ່ນຳມາຄໍ້າປະກັນການກູ້ຢືມ.
·         ປະກອບເອກະສານບໍ່ຫຍຸ້ງຍາກ.
v  ປະ​ເພດ​ສະ​ກຸມ​ເງິນ: ສະກຸນເງິນທີ່ໃຫ້ກູ້ຢືມ: ເງິນກີບ, ເງິນບາດ, ເງິນໂດລາສະຫະລັດ.
v  ວົງ​ເງິນ​ກູ້: ສູງສຸດ 100% ຂອງຍອດເງິນຝາກ + ດອກເບ້ຍເງິນຝາກຫຼັງຈາກທີ່ລົບດອກເບຍເງິນກູ້ ສໍາລັບກໍລະນີຮັບປະກັນດ້ວຍປຶ້ມເງິນຝາກຂອງທະນາຄານ ຊາຄອມແບັງ ແລະ 80% ສໍາລັບປຶ້ມເງິນຝາກຂອງສະຖາບັນການເງິນອື່ນ.
v  ອັດ​ຕາດ​ອກ​ເບ້ຍ ​ແລະ ຄ່າທໍານຽມໃນການໃຊ້ບໍລິການ:​ ຕາມທີ່ທາງທະນາຄານໄດ້ກຳນົດ​ໃນ​ແຕ່ລະ​ໄລຍະ.
v  ເງື່ອນໄຂໃນການໃຊ້ບໍລິການ: ​
·         ປະກອບ​ເອກະສານສະເໜີຂໍກູ້ຢືມຕາມແບບຟອມຂອງ Sacombank Lao.
·         ສໍາເນົາບັດປະຈໍາຕົວ/ໜັງສືຜ່ານແດນ/ປຶ້ມສໍາມະໂນຄົວ.
·         ໃບ​ທະບຽນ​ວິ​ສາ​ຫະກິດໃບ​ອະນຸຍາດ​ຈາກ​ຂະ​ແໜງ​ການ (ຖ້າ​ມີ), ໃບ​ທະບຽນ​ອາກອນ.
·         ປຶ້ມບັນຊີເງິນຝາກປະຈໍາ​ສະບັບ​ແທ້.
ເງິນກູ້ທີ່ຄ້ຳປະກັນດ້ວຍປື້ມເງິນຝາກ