//
ແຈ້ງການ
ແຈ້ງການ
ກ່ຽວກັບການລົງທະບຽນເບີໂທລະສັບມືຖື ເພື່ອຮັບລະຫັດ OTP ໃນການເຮັດທຸລະກໍາ Online
 
 ຮຽນ:  ບັນດາລູກຄ້າທີ່ນັບຖື ຂອງທະນາຄານ Sacombank Lao. 
        
ເພື່ອຮັບປະກັນບໍ່ໃຫ້ເກີດມີຄວາມສ່ຽງໃນການເຮັດທຸລະກໍາ Online ຂອງລູກຄ້າທີ່ນໍາໃຊ້ບັດ Visa Debit ຂອງ Sacombank Lao. ທາງທະນາຄານຈິ່ງໄດ້ນຳໃຊ້ລະບົບ 3D Secure ເພື່ອເປັນການປ້ອງກັນການເຮັດທຸລະກຳຂອງທ່ານໃນຮູບແບບ One time Password (OTP), ເຊິ່ງລະບົບຈະສົ່ງລະຫັດ OTP ໄປຍັງເບີມືຖືທີ່ທ່ານໄດ້ລົງທະບຽນກັບທະນາຄານ. ດັ່ງນັ້ນເພື່ອອຳນວຍຄວາມສະດວກໃຫ້ແກ່ລູກຄ້າໃນການເຮັດທຸລະກຳ ທະນາຄານ ຈິ່ງຂໍແຈ້ງມາຍັງລູກຄ້າທຸກທ່ານດັ່ງເນື້ອໃນລຸ່ມນີ້:
1.     ທະນາຄານຈະດຳເນີນການລົງທະບຽນ 3D Secure ຕາມເບີໂທລະສັບທີ່ລູກຄ້າໄດ້ລົງທະບຽນໃນມື້ເປີດບັນຊີແບບ ອັດຕະໂນມັດແຕ່ ວັນທີ……/……/……
2.    ຖ້າລູກຄ້າໃດຫາກມີການປ່ຽນແປງເບີໂທ ຫລື ຍັງບໍ່ທັນມີເບີໂທ, ລູກຄ້າຕ້ອງລົງທະບຽນເບີໂທລະສັບຢູ່ບັນດາຈຸດບໍລິການ ຕ່າງໆຂອງ ທະນາຄານດ້ວຍຕົນເອງ.
3.    ກໍລະນີລູກຄ້າໄປຕ່າງປະເທດ, ສະເຫນີໃຫ້ລູກຄ້າເປີດ Roaming ຈຶ່ງສາມາດຮັບລະຫັດ OTP ໄດ້.  
 
ດັ່ງນັ້ນ, ທະນາຄານຈຶ່ງຂໍແຈ້ງມາຍັງບັນດາທ່ານເພື່ອຮັບຊາບ.
ຂໍ້ມູນເພີ່ມເຕີມລູກຄ້າສາມາດຕິດຕໍ່ກັບ ໜ່ວຍງານບັດຂອງທະນາຄານ Sacombank Lao 24/7.
ເບີໂທລະສັບ  021.264222
ອີເມວ:  stbl_card@sacombank.com

 

ອັດຕາ ແລກປ່ຽນ
ປັບປຸງເວລາ 9:00, 26/03/2024
ເງິນໂອນ
ເງິນຕາ ຕ່າງປະເທດ ອັດຕາ ສະເໜີຊື້ ອັດຕາ ສະເໜີຂາຍ
USD 50-100 21,004 21,129
USD 1-20 N/A N/A
THB 500-1000 642.55 654.76
THB 20-100 N/A N/A
EUR 50-500 22,326 22,762
EUR 1-20 N/A N/A
JPY 136.86 139.54
GBP 25,652 26,152
VND 0.8541 0.8710
CNY 3,216 3,278
CAD 17,084 17,417
ເງິນສົດ
ເງິນຕາ ຕ່າງປະເທດ ອັດຕາ ສະເໜີຊື້ ອັດຕາ ສະເໜີຂາຍ
USD 50-100 21,004 21,129
USD 1-20 21,003 N/A
THB 500-1000 642.55 654.76
THB 20-100 642.54 N/A
EUR 50-500 22,326 22,762
EUR 1-20 22,325 22,761
JPY 136.86 139.54
GBP 25,652 26,152
VND 0.9371 0.9556
CNY N/A N/A
CAD N/A N/A
ສະກຸນເງິນ: LAK
ແຈ້ງການ