ເຊື່ອໝັ້ນໃນການພັດທະນາໃນແຜ່ນດິນລ້ານຊ້າງ
ວັນທີ 12/12/2008 ທະນາຄານຫຸ້ນສ່ວນການຄ້າ ໄຊງ່ອນເທືອງຕິ໋ນ
(Sacombank - ສາຂາລາວ) ໄດ້ເປີດໃຫ້ບໍລິການຢ່າງເປັນທາງການ ທີ່ນະຄອນຫຼວງວຽງຈັນ ກາຍເປັນ ທະນາຄານຫຸ້ນສ່ວນການຄ້າຫວຽດນາມ ແຫ່ງທຳອິດ ປະກອບສ່ວນເຂົ້າໃນ ຕະຫຼາດການເງິນ ຂອງລາວ. 4 ກ່ວາ ປີ ຜູກພັນ ແລະ ພັດທະນາ, Sacombank ໄດ້ເຊື່ອມໂຍງເຂົ້າໃນ ວິຖີຊີວິດຂອງຊຸມຊົນ ນັກທຸລະກິດ 2 ຊາດ ລາວ - ຫວຽດນາມ. ຜ່ານການສະໜອງຜະລິດຕະພັນບໍລິການ - ການເງິນທີ່ອໍານວຍຄວາມສະດວກ ມອບໃຫ້ແກ່ລູກຄ້າເປົ້າໝາຍ ບັນດາທຸລະກິດ, ປະຊາຊົນທຸກຊັ້ນຄົນ, ຊາວຕ່າງດ້າວ ແລະ ບັນດາທຸລະກິດ ຊາວຫວຽດນາມ ທີ່ເຂົ້າມາລົງທືນທີ່ ປະເທດລາວລ້ານຊ້າງ.
ດ້ວຍສະພາບພູມມີສາດພິເສດເຊື່ອມຕໍ່ລະບຽງເສດຖະກິດ ຕາເວັນອອກ - ຕາເວັນຕົກ (ໄທ - ລາວ - ຫວຽດນາມ) ແລະ ແລວທາງເສດຖະກິດ ເໜືອ - ໄຕ້ ( ຈີນ - ລາວ - ກໍາປູເຈຍ) ລາວກຳລັງກາຍເປັນໜຶ່ງ ໃນປະເທດທີ່ມີທ່າແຮງ ໃນການພັດທະນາເສດຖະກິດ, ເປັນແຫຼ່ງດຶງດູດການລົງທືນ ແລະ ເປັນທາງຜ່ານສິນຄ້າໝູນວຽນໃນຂົງເຂດ ແລະ ບັດດາປະເທດລຸ່ມແມ່ນໍ້າຂອງ. ໃນ 5 ປີຜ່ານມາ GDP ຂອງລາວ ຂະຫຍາຍຕົວສູງສຸດ ໃນບັນດາປະເທດອາຊຽນ. ດ້ວຍສະພາບພູມີສາດ ທີ່ມີຊາຍແດນຕິດຈອດກັນແຕ່ເໜືອເຖິງໄຕ້, ການເຄື່ອນໄຫວທາງການຄ້າລະຫວ່າງ ລາວ - ຫວຽດນາມ ມີທ່າແຮງ ຂໍ້ສະດວກຫຼາຍຢ່າງ, ຫວຽດນາມຍັງເປັນໜຶ່ງໃນ 3 ປະເທດ ທີ່ລົງທືນຫຼາຍທີ່ສຸດ ໃນ ສປປ ລາວ. ທ່າອ່ຽງການລົງທືນຍັງສືບຕໍ່ຂະຫຍາຍຕົວ ຫຼັງຈາກສົນທິສັນຍາທາງການຄ້າແບບທະວີພາຄີຂອງ 2 ຊາດໄດ້ເຊັນ ແລະ ຮັບຮອງ, ສູ້ຊົນໃຫ້ມູນຄ່າການຄ້າຂອງ 2 ຊາດ ບັນລຸ 2 ຕື້ໂດລາສະຫະລັດໃນປີ 2015 ແລະ 5 ຕື້ໂດລາສະຫະລັດໃນປີ 2020.
ໂອກາດ ແລະ ຄວາມສາມາດບົ່ມຊ້ອນດັ່ງກ່າວ ແມ່ນທ່າແຮງຂອງ Sacombank ປະຕິບັດໜ້າທີ່ ຍຸດທະສາດ ແລະ ເປັນຜູ້ບຸກເບີກຂອງຕົນຢູ່ໃນ ສປປ ລາວ. ຜ່ານ 4 ປີ ດ້ວຍຜົນງານເບື້ອງຕົ້ນຂອງຕົນ Sacombank - ສາຂາລາວ ເຊື່ອໝັ້ນວ່າ ຈະສະໜອງຜະລິດຕະພັນ ທີ່ສະດວກສະບາຍ, ທັນສະໄໝ ແລະ ທາງເລືອກທາງການເງິນຄົບວົງຈອນສູ່ຕະຫຼາດລາວ. ເພື່ອສ້າງມູນຄ່າເພີ່ມໃຫ້ລູກຄ້າ; ພ້ອມກັນນັ້ນ ເປັນການປະກອນສ່ວນຊຸກຍູ້ ຕະຫຼາດການເງິນ - ການທະນາຄານ ໃນຂົງເຂດອິນດູຈີນ.
ຄິດໄລ່ຮອດວັນທີ 30/11/2012 ຊັບສິນລວມຂອງ Sacombank - ສາຂາລາວ ບັນລຸໄດ້ 95 ລ້ານUSD, ຍອດລວມເງິນຝາກ 80 ລ້ານ USD, ຍອດລວມສິນເຊື່ອ 59 ລ້ານUSD ແລະ ສະໜອງ ການບໍລິການ ການເງິນໃຫ້ແກ່ລູກຄ້າສ່ວນບຸກຄົນ ແລະ ທຸລະກິດກ່ວາ 2,400 ລູກຄ້າທົ່ວ ສປປ ລາວ. ດ້ວຍຄວາມຕັ້ງໃຈ ແລະ ຜົນງານຍາດມາໄດ້ ທາງດ້ານເສດຖະກິດ ກໍຄືການປະກອບສ່ວນ ໃນວຽກງານສັງຄົມ ຊ່ວຍເຫຼືອຊຸມຊົນ, Sacombank - ສາຂາລາວ ໄດ້ຮັບກຽດ ຈາກການຕີລາຄາສູງ ຂອງທະນາຄານແຫ່ງ ສປປລາວ, ໄດ້ຮັບໃບກຽດຕິຄຸນ ຈາກສະຖານເອອັກຄະລັດຖະທູດຫວຽດນາມ ແລະ ສະມາຄົມຊາວຫວຽດນາມ ຕ່າງດ້າວທີ່ອາໃສຢູ່ ສປປ ລາວ...
ຕາມທິດທາງພັດທະນາໃນອະນາຄົດ, Sacombank - ສາຂາລາວ ຈະສືບຕໍ່ຂະຫຍາຍຕາໜ່າງ - ສາຂາ ການເຄື່ອນໄຫວ ສູ່ເຂດເສດຖະກິດສຳຄັນ ຂອງສປປ ລາວ, ສະໜອງຜະລິດຕະພັນ ທີ່ເໝາະສົມກັບປະເພນີຂອງແຕ່ລະເຂດ, ເປີດກ້ວາງການພົວພັນຮ່ວມມື ກັບທຸກອົງການຈັດຕັ້ງທາງການເງິນ ເພີ່ມທະວີທ່າແຮງ ຂອງການຮ່ວມມື ເພື່ອເພີ່ມມູນຄ່າໃຫ້ລູກຄ້າ ແລະ ສັງຄົມ. ຄຽງຄູ່ກັນນັ້ນ Sacombank - ສາຂາ ກໍຈະກໍ່ສ້າງ ແລະ ຝືກຝົນແຮງງານໃນທ້ອງຖີ່ນ ປະກອບສ່ວນສ້າງວຽກເຮັດງານທຳໃຫ້ຊຸມຊົນ.
ປະຈຸບັນ Sacombank ໄດ້ຮັບການອະນຸມັດຈາກຫ້ອງການລັດຖະບານ, ກະຊວງແຜນການ ແລະ ການລົງທືນ ແລະ ທະນາຄານແຫ່ງ ສ.ສ ຫວຽດນາມ ເຫັນດີ ເພີ່ມທືນຈົດທະບຽນຈາກ 96 ຕື້ກີບ ( 12 ລ້ານ USD ) ມາເປັນ 312 ຕື້ກີບ ( 39 ລ້ານ USD. ) ຄຽງຄູ່ກັນນັ້ນ Sacombank ກໍາລັງສືບຕໍ່ປະກອບ ເອກະສານຍົກລະດັບ ຈາກສາຂາຕ່າງປະເທດ ມາເປັນທະນາຄານຫຸ້ນສ່ວນການຄ້າ 100% ດ້ວຍທືນຈົດທະບຽບຂອງຕົນ, ຄາດວ່າຈະສຳເລັດ ໃນໄຕມາດ I ຂອງປີ 2013. ນີ້ແມ່ນບາດລ້ຽວສຳຄັນໃນການເພີ່ມທະວີ ແລະ ການເປັນເພື່ອນຮ່ວມງານ ທີ່ໝັ້ນຄົງ ແລະ ຜູກພັນຂອງ Sacombank ກັບສັງຄົມ ແລະ ອົງການຈັດຕັ້ງເສດຖະກິດ ໃນຂົງເຂດອິນດູຈີນ.