Description
ສະຫຼອງວັນເດັກນ້ອຍສາກົນ ພ້ອມກັບ ທະນາຄານຊາຄອມ
Content
ເນື່ອງໃນໂອກາດ ວັນເດັກນ້ອຍສາກົນ ປະຈຳປີ 2012 ທະນາຄານ ຊາຄອມ ເຫັນໄດ້ ເຖິງຄວາມສຳຄັນຂອງເດັກນ້ອຍໃນປະຈຸບັນກໍ່ຄື ອະນາຄົດຂອງຊາດ. ສະນັ້ນ ຈຶ່ງໄດ້ເອົາໃຈໃສ່ ເປັນພິເສດ ໂດຍສະເພາະ ແມ່ນ ງານວັນເດັກ ທີ່ຈະຈັດຂຶ້ນທີ່ ສູນວັດທະນະທຳເດັກ (ບ້ານ ສາຍລົມ), ທະນາຄານ ຊາຄອມ ຈະມອບຂອງຂວັນ ແກ່ເດັກນ້ອຍ ໂດຍຜ່ານກິດຈະກຳຫຼຶ້ນເກມ, ຖາມຕອບບັນຫາ ແລະ ກິດຈະກຳ ອື່ນໆອີກ.