ວັນທີ 23/8/2012 ຄະນະການນຳ Sacombank ລວມມີ ທ່ານ Kieu Huu Dung - ຮອງປະທານສະພາບໍລິຫານ, ທ່ານ Tran Xuan Huy -ຮອງປະທານສະພາ, ທ່ານ Phan Huy Khang - ສະມາຊິກສະພາບໍລິຫານ ທັງເປັນອຳນວຍການໃຫຍ່, ທ່ານ Nguyen Mien Tuan - ສະມາຊິກສະພາບໍລິຫານ ແລະ ທ່ານ Ha Van Trung ອຳນວຍການ ການເງິນ ໄດ້ມາຢ້ຽມຢາມ ແລະ ເຮັດວຽກທີ່ ລາວ ແລະ ກຳປູເຈຍ. ຄະນະການນຳ ໄດ້ຢ້ຽມຢາມຖາມຂ່າວ, ປຸກລະດົມ ພະນັກງານ, ບຸກຄະລາກອນ ສາຂາລາວ ແລະ ກຳປູເຈຍ, ພ້ອມກັນນັ້ນຍັງມາຕິດຕາມ ແລະ ຊອກຮູ້ ຕະຫຼາດເພື່ອມາປັບປຸງ ແຜນຍຸດທະສາດ ໃນການພັດທະນາຂອງທັງ 2 ປະເທດ.
ການຢ້ຽມຢາມດັ່ງກ່າວ ໄດ້ເປັນແຮງປຸກລະດົມ ແລະ ກຳລັງທີ່ມີຄວາມໝາຍແກ່ພະນັກງານ ບຸກຄະລາກອນທ້ອງຖິ່ນ, ເພີ່ທທະວີຄວາມສາມັກຄີ ເພື່ອພ້ອມກັນປະຕິບັດ ແຜນງານຂອງຕົນໃຫ້ສຳເລັດໜ້າທີ່.

ຄະນະການນຳ Sacombank ແລະ ພະນັກງານ ສາຂາລາວ

ຄະນະການນຳ Sacombank ແລະ ພະນັກງານ ທະນາຄານ Sacombank Cambodia
ໃນວັນດຽວກັນ 3/8/2012 ຄະນະການນຳ Sacombank ໄດ້ເຂົ້າຢ້ຽມຢາມ ແລະເຮັດວຽກກັບ ທ່ານ ສົມພາວ ໄພສິດ - ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ຕິລາຄາສູງ ການເຄື່ອນໄຫວຂອງ Sacombank ສາຂາລາວ, ປະກອບສ່ວນ ເຊື່ອມໂຍງເສດຖະກິດການຄ້າຂອງທັງ 2 ປະເທດ. ທ່ານ Kieu Huu Dung - ຮອງປະທານສະພາບໍລິຫານ ໄດ້ຕາງໜ້າໃຫ້ Sacombank ຂອບໃຈ ທ່ານ ຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ສ້າງເງື່ອນໄຂສະດວກ ແລະ ໃຫ້ການຊ່ວຍເຫຼືອແກ່ Sacombank ສາຂາລາວ, ພ້ອມນັ້ນ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ຊຸກຍູ້ການຮ່ວມມື ທາງທຸລະກິດ ແລະ ຈະເພີ່ມທຶນຈົດທະບຽນ ເພື່ກສ້າງຕັ້ງເປັນ ທະນາຄານ ພານິດ 100% ທີ່ ສປປ ລາວ.
ທ່ານ Kieu Huu Dung - ຮອງປະທານສະພາບໍລິຫານ Sacombank (ຊ້າຍ)
ເຂ້ຳພົບ ແລະ ເຮັດວຽກກັບ ທ່ານ ສົມພາວ ໄພສິດ - ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ
ນອກນັ້ນ ຄະນະນຳຍັງໄດ້ໄປຢ້ຽມຢາມ ກອງບັນຊາການປ້ອງກັນ ຣາຊາອານາຈັກ ກຳປູເຈຍ, ຕ້ອນຮັບຄະນະໂດຍ ທ່ານ Daeng Sarum - ພົນເອກ, ຮອງຜູ້ບັນຊາການ ປ້ອງກັນຣາຊາອານາຈັກ ກຳປູເຈຍ.

ທ່ານ Daeng Sarum - ພົນເອກ, ຮອງຜູ້ບັນຊາການ ປ້ອງກັນຣາຊາອານາຈັກ ກຳປູເຈຍ (ທີ 3 ຈາກຂວາ)
ຖ່າຍຮູບຮ່ວມກັບ ຄະນະການນຳ Sacombank ລວມມີ ທ່ານ Kieu Huu Dung - ຮອງປະທານສະພາບໍລິຫານ Sacombank (ທີ 2 ຈາກຊ້າຍ), ທ່ານ Phan Huy Khang - ສະມາຊິກສະພາບໍລິຫານ ທັງເປັນອຳນວຍການໃຫຍ່ Sacombank (ທີ 3 ຈາກຊ້າຍ) ແລະ
ທ່ານ Deang Sarann - ສະມາຊິກສະພາ ບໍລິຫານເອກະລາດ Sacombank Cambodia (ຂວາສຸດ).