ແຈ້ງການ
ເຖິງ: ບັນດາທ່ານລູກຄ້າຂອງທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ ທີ່ນັບຖື.
ເລື່ອງ: ການປິດບໍລິການໂອນເງິນຜ່ານຕູ້ ATM ຊົ່ວຄາວ.
- ອີງຕາມແຜນປິດບັນຊີທ້າຍປີ 2017,
ທະນາຄານ ໄຊງ່ອນເທືອງຕິ່ນ ລາວ ຈຳກັດ ຂໍຖືເປັນກຽດແຈ້ງມາຍັງບັນດາທ່ານຊາບວ່າ ນັບແຕ່ເວລາ 3:30PM ຂອງວັນທີ 29/12/2017 ຫາເວລາ 3:30PM ຂອງວັນທີ 31/12/2017 ທະນາຄານຂອງພວກເຮົາຈະປິດບໍລິການຊົ່ວຄາວບັນດາທຸລະກໍາຜ່ານຕູ້ ATM ເຊິ່ງລວມມີ: ການໂອນເງິນ, ການຊຳລະບັດສິນເຊື່ອ. ສ່ວນການຖອນເງິນສົດ ແລະ ການເຮັດທຸລະກຳອື່ນໆຜ່ານຕູ້ ATM ແມ່ນສາມາດດຳເນີນການຢ່າງປົກກະຕິ. ດັ່ງນັ້ນ, ທະນາຄານ ຈຶ່ງຂໍແຈ້ງມາຍັງບັນດາທ່ານເພື່ອຮັບຊາບ.
ຂໍ້ມູນເພີ່ມເຕີມລູກຄ້າສາມາດຕິດຕໍ່ກັບ ໜ່ວຍງານບັດຂອງທະນາຄານ Sacombank Lao 24/7.
ເບີໂທລະສັບ 021.264222
ຂໍຂອບໃຈເປັນຢ່າງສູງນຳທຸກໆທ່ານ ທີ່ໃຊ້ບໍລິການທະນາຄານຂອງພວກເຮົາ.
ດ້ວຍຄວາມເຄົາລົບ ແລະ ນັບຖືຢ່າງສູງ,