Skip Ribbon Commands
Skip to main content
ເງິນກູ້ເພື່ອຊື້ລົດໃຫຍ່
ໜ້າຫຼັກPersonalLoansເງິນກູ້ເພື່ອຊື້ລົດໃຫຍ່
 

 ເງິນກູ້ເພື່ອຊື້ລົດໃຫຍ່

v  ທ່ານສາມາດເປັນເຈົ້າຂອງລົດໃນຝັນ ເພື່ອຮັບໃຊ້ໃນຄອບຄົວ ຫລື ໃນວຽກງານຂອງທ່ານ ໂດຍການ​​ເລືອກໃຊ້ບໍລິການກູ້ຢືມເພື່ອຊື້ລົດໃຫຍ່ ຂອງ ທະນາຄານ ຊາຄອມແບັງ ລາວ, ທ່ານຈະສາມາດມີລົດ ໃໝ່ຄັນ​ງາມໆ​ໄດ້ທັນທີ.
v  ລັກສະນະຜະລິດຕະພັນ:
·         ຈຸດປະສົງ: ຕອບສະໜອງທຶນເພື່ອຊື້ລົດໃຫຍ່ໃຫ້ແກ່ລູກຄ້າທີ່ອາໄສຢູ່ໃນລາວ ຮັບໃຊ້ໃນຊີວິດປະຈໍາວັນ ຫຼື ເປັນພາຫະນະຂົນສົ່ງເພື່ອຮັບໃຊ້ທຸລະກິດ.
·         ວົງເງິນໃຫ້ກູ້ຢືມສູງສຸດ: 100% ຂອງມູນຄ່າລົດທີ່​ຊື້ ​ໃນ​ກໍລະນີ​ຫລັກຊັບຄໍ້າປະກັນແມ່ນ ອະສັງຫາລິມະຊັບ ແລະ 70% ຂອງມູນຄ່າລົດທີ່​ຊື້ ​ໃນ​ກໍ​ລະນີຫລັກຊັບຄໍ້າປະກັນແມ່ນລົດທີ່ຊື້.
·         ໄລຍະເວລາປ່ອຍເງິນກູ້ສູງສຸດແມ່ນ: 10 ປີ ສໍາລັບ​ຫລັກຊັບຄໍ້າປະກັນແມ່ນອະສັງຫາລິມະຊັບ ແລະ ສໍາລັບ​ຫລັກຊັບຄໍ້າປະກັນແມ່ນລົດທີ່ຊື້​ແມ່ນ​ອີງ​ຕາມ​ແຕ່​ລະ​ກໍລະນີ.
v  ຄຸນປະໂຫຍດຂອງຜະລິດຕະພັນ:
·         ການ​ປະກອບ​ເອກະສານ​ເພື່ອ​ກູ້​ຢືມ​ງ່າຍ ​ແລະ ​ກະທັດ​ຫັດ​, ວ່ອງ​ໄວ.
·         ທ່ານ​ຈະ​ໄດ້​ຈ່າຍ​ອັດຕາ​ດອກ​ເບ້​ຍທີ່​ຕ່ຳ.
·         ທ່ານ​ສາມາດ​ກຳນົດ​ວັນ​ຊຳລະ​ຕາມ​ກະ​ແສ​ເງິນ​ລາຍ​ຮັບ​ຂອງ​ທ່ານ.
·         ພາຍ​ຫຼັງ​ຊຳລະ​ຕົ້ນ​ທຶນ​ຫຼຸດ​ລົງ​ແລ້ວດອກ​ເບ້ຍ​ກໍ່​ຈະ​ຫຼຸດ​ລົງ​ອີງ​ຕາມ​ການ​ໃຊ້​ເງິນ​ຕົວ​ຈິງ.
v  ອັດ​ຕາ​ດອກ​ເບ້ຍ ແລະ ຄ່າ​ທຳ​ນຽມ​ໃນ​ການ​ໃຊ້​ບໍ​ລິ​ການ: ຕາມທີ່ທາງທະນາຄານໄດ້ກຳນົດ​ໃນ​ແຕ່ລະ​ໄລຍະ
v  ເງື່ອນ​ໄຂ​ໃນ​ການ​ໃຊ້​ບໍ​ລິ​ການ: ​
·         ປະກອບ​ເອກະສານສະເໜີຂໍກູ້ຢືມຕາມແບບຟອມຂອງ ຊາຄອມແບັງ ລາວ.
·         ສໍາເນົາບັດປະຈໍາຕົວ ຫຼື ໜັງສືເດີນທາງ ຫຼື ປຶ້ມສໍາມະໂນຄົວ, ໃບຢັ້ງຢືນທີ່ຢູ່.
·         ເອກະສານຕ່າງໆ ຕາມກົດລະບຽບຂອງທະນາຄານ ຊາຄອມແບັງ ລາວ ວາງອອກ.
ເງິນກູ້ເພື່ອຊື້ລົດໃຫຍ່