Skip Ribbon Commands
Skip to main content
3D – SECURE & SMS Banking
ໜ້າຫຼັກCorporateServices3D – SECURE & SMS Banking
 



ຄຸນລັກສະນະ
- 3D-SECURE ເປັນບໍລິການຊ່ວຍເພີ່ມຄວາມປອດໄພໃນການຊຳລະຄ່າສິນຄ້າ ຫຼື ບໍລິການຕ່າງໆ ຜ່ານບັດ VISA. ທ່ານສາມາດຊື້ສິນຄ້າ ຫຼື ນຳໃຊ້ບໍລິການ online ດ້ວຍຄວາມໝັ້ນໃຈ ໂດຍລະບົບຈະສົ່ງລະຫັດກວດສອບ (Verified password) ເຖິງທ່ານເພື່ອຢັ້ງຢືນທຸລະກຳ online ທີ່ບັນຊີຂອງທ່ານກຳລັງດຳເນີນງານຢູ່. ຈະບໍ່ມີບຸກຄົນໃດສາມາດໃຊ້ເລກບັດຂອງທ່ານເພື່ອໃຊ້ຈ່າຍ online ໄດ້ຖ້າບໍ່ມີລະຫັດຢືນຢັນ Verification Code.
- SMS Banking ເປັນບໍ​ລິ​ການແຈ້ງ​ຂໍ້​ຄວາມ​​​ອັດຕະ​ໂນ​ມັດ ​ໄປ​ຫາ​ເບີ​​ໂທລະ​ສັບ​ ທີ່​ລົງທະບຽນ​ໃວ້ ທຸກໆ ການ​ເຄື່ອນ​ໄຫວຂອງບັນຊີທ່ານ ແລະ ອີກບໍລິການເສີມອີກຈຳນວນໜຶ່ງ. ທ່ານສາມາດ​ລົງທະບຽນ​ໄດ້ຫຼາຍ​ເບີ​ ຫຼາຍ​ບັນຊີ ພຽງແຕ່​ມີ​ສັນຍານ​ໂທລະສັບ ກໍ່​ສາມາດ​ນຳ​ໃຊ້​ໄດ້​ແລ້ວ ​ເຊິ່ງບໍ່​ຈຳ​ເປັນ​ຕ້ອງ​​ເຊື່ອມຕໍ່​ອິນ​ເຕີ​ເນັດ​ໃນ​ມື​ຖື ແລະ ສາ​ມາດ​ນຳໃຊ້​ໄດ້​ກັບ​ມື​ຖື​ທຸກ​ປະ​ເພດ.
 
ເງື່ອນໄຂການໃຊ້ບໍລິການ
ລູກຄ້າທີ່ມີບັນຊີເງິນຝາກກະແສລາຍວັນ ຫຼື ຝາກປະຢັດບໍ່​ມີ​ກຳ​ນົດ ທີ່ ທະນາຄານ Sacombank ລາວ. ລົງທະບຽນດ້ວຍເບີໂທລະສັບ ແລະ ຂຽນແບບຟອມສະໝັກການນຳໃຊ້ທີ່ທະນາຄານ Sacombank ລາວ ທຸກສາຂາ.
 
 
ຕິດຕໍ່ກັບພວກເຮົາໄດ້ທີ່
ໂທ: 021 26 79 79
ອີເມວ: contact@sacombank.com ຫຼື www.facebook.com/SacombankLao
3D – SECURE & SMS Banking